ຂ່າວສານຕ່າງໆ ພາຍໃນປະເທດລາວ ແລະ ຕ່າງປະເທດເທດ

ໜ້າທຳອິດ ຂ່າວການສືກສາ ຂ່າວເສດຖະກິດ ຂ່າວອື່ນໆ

ຂ່າວເສດຖະກິດ

ຂ່າວ ແລະ ເຫດການທີ່ສຳຄັນທາງດ້ານເສດຖະກິດຂອງລາວ ແລະ ສາກົນ

ມອບ-ຮັບໂຄງການຊົນລະກະເສດປະຕູນ້ຳ 3 ກ້ອງເຂື່ອນນ້ຳເທີນ

ຂປລ.ໃນຂອງ​ວັນ​ທີ06ກຸມພາ2015ຜ່ານມານີ້ ທີ່​​ເມືອງ​ຍົມ​ມະ​ລາດ ​ແຂວງ​ຄຳ​ມ່ວນ ​ໄດ້​ຈັດ​ພິທີ ມອບ-ຮັບ
​ໂຄງການ​ຊົນ​ລະ​ກະ​ເສດປະຕູ​ນ້ຳປ່ອງ 3 ຕາມ​ຄອງ​ລະບາຍ​ນ້ຳ ກ້ອງ​ເຂື່ອນ​ໄຟຟ້າ​ນ້ຳ​ເທີນ 2 ໂດຍການ
​ເປັນກຽດ​ເຂົ້າຮ່ວມ ຂອງທ່ານສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກງານ
​ເສດຖະກິດ​ການ​ຜະລິດ ​ແລະ ຈໍລະ​ຈອນ,ມີທ່ານຄຳ​ໃບດຳລັດ ​ເຈົ້າ​ແຂວງໆຄຳ​ມ່ວນ, ທ່ານ​ເອກ​ອັກຄະ​
ລັດຖະທູດ​ຈີນປະຈຳ​ລາວພ້ອມ​ດ້ວຍ ບັນດາ​ ລັດຖະມົນຕີ​ຊ່ວຍວ່າການ, ຄະນະ​ນຳ​ແຂວງ, ອຳນາດ​ການ​
ປົກຄອງ​ທ້ອງ​ຖິ່ນ, ບັນດາ​ກົມ​ກອງ, ບໍລິສັດ​ນໍຣິນ​ໂກ ແລະ ພະນັກງານ​ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການ​ຊົນ​ລະ​ກະ​ເສດ ປະຕູ​ນ້ຳປ່ອງ 3 ຕາມ​ຄອງ​ລະບາຍ​ນ້ຳ ກ້ອງ​ເຂື່ອນ​ໄຟຟ້າ​ນ້ຳ​ເທີນ 2​ໄດ້​ເລີ່​ມ ກໍ່ສ້າງ​
ໃນ​ວັນ​ທີ 02 ພະຈິກ 2013 ​ໂດຍ​ແມ່ນບໍລິສັດນໍຣິນ​ໂກ ຮ່ວມ​ມື​ສາກົນ ຈຳກັດ ຈາກ ສປ ຈີນ ​ເປັນ​ຜູ້​ຮັບ​ເໝົາ
ກໍ່ສ້າງ​ໃນ​ໄລຍະ​ເວລາ15​ເດືອນ​ເຊິ່ງ​ໂຄງການຊົນ​ລະ​ກະ​ເສດ​ດັ່ງກ່າວ​ນີ້​ເປັນ​ລະບົບ​ຊົນລະປະທານ​ແບບໄຫລ
ເອງ ສາມາດ​ສະໜອງນ້ຳ​ທັງ​ສອງ​ລະດູ ໃຫ້​ແກ່​ເນື້ອທີ່​ທຳ​ການ​ຜະລິດ​ເຖິງ 2.800 ​ເຮັກຕາ ກວມ​ເອົາ 9 ບ້ານ,
900ກວ່າຄອບຄົວ, ຄິດ​ເປັນມູນ​ຄ່າ​ການກໍ່ສ້າງ​ກວ່າ 31 ລ້ານ​ໂດ​ລາ​ສະຫະລັດ ຫລື ປະມານ 248 ຕື້ກີບ ຊຶ່ງ​
ເປັນ ​ທຶນ​ກູ້​ຍືມ​ໄລຍະ​ຍາວ ດອກ​ເບ້ຍ​ຕ່ຳຈາກ ສປ. ຈີນ. ຜົນສໍາເລັດ​ຂອງ​ໂຄງການ​ດັ່ງກ່າວ ຈະ​​ເປັນ​ການ​ປະ
ກອບສ່ວນ​ອັນ​ສຳຄັນເຂົ້າ​ໃນ​ການ​ຂະຫຍາຍ​ເນື້ອທີ່​ທຳ​ການ​ຜະລິດທັງ​ການ​ປູກ​ເຂົ້າ, ພືດ​ຜັກ, ການ​ລ້ຽງສັດ ​ແລະ
ປະມົງ ຂອງ​ ພໍ່​ແມ່​ປະຊາຊົນ​ໃນ​ເຂດ​ດັ່ງກ່າວ ​ໃຫ້​ສາມາດ​ທຳ​ການ​ຜະລິດ​ໄດ້​ທັງ​ສອງ​ລະດູ ​ແລະ ຍົກ​ລະດັບ​
ຊີວິດ​ການ​ເປັນ​ຢູ່​ໃຫ້​ນັບ​ມື້ນັບ​ດີ​ຂຶ້ນ​ເປັນ​ກ້າວໆ.ນອກຈາກ​ນີ້,ກໍຍັງ​ເປັນ​ໂຄງການ​ທີ່​ຕອບ​ສະໜອງ​ໃຫ້​ແກ່​ໂຄງການ​
ຄ້ຳປະກັນສະບຽງອາ ຫານ  ​ແລະ ຜະລິດ​ເປັນ​ສິນຄ້າ ທີ່​ພັກ-ລັດ​ວາງ​ອອກ.


ເຂື່ອນໄຟຟ້ານ້ຳງື່ມ1 ຜະລິດໄຟຟ້າ ເພີ່ມຂຶ້ນ10% ຕໍ່ປີ 

ຂປລຕະຫລອດໄລຍະ 4 ປີຜ່ານມາ​(2011-2014) ຄະນະພັກຮາກຖານເຂື່ອນໄຟຟ້ານ້ຳງື່ມ1​ ແລະ ​ໄຟ ຟ້າສາຂາແຂວງວຽງຈັນ​ ໄດ້ມີຄວາມຮັບຜິດຊອບສູງໃນການຊີ້ນຳ-ນຳພາ​ ໃນການຄວບຄຸມບັນຊາການຜະລິດ​ ແລະ ​ຈຳໜ່າຍພະລັງງານໄຟຟ້າ ​ອອກສູ່ລະບົບເຄື່ອງຈັກ 5 ໜ່ວຍ ທີ່ມີກຳລັງຕິດຕັ້ງ 155 MW ສາມາດຜະລິດພະລັງງານໄຟຟ້າໄດ້ 1.025Gwhຕໍ່ປີນັບແຕ່ປີ 2011 ມາເຖິງປັດຈຸບັນການຜະລິດພະລັງງານໄຟຟ້າເພີ່ມຂຶ້ນເປັນ 1.137Gwh ຕໍ່ປີ ຫລື​ ປະມານ10%.

ຂໍ້ມູນດັ່ງກ່າວໄດ້ຮັບການລາຍງານຈາກ ທ່ານ ຈຳປາທອງ ​ວົງເດືອນ ​ຮອງເລຂາຄະນະພັກຮາກຖານເຂື່ອນໄຟຟ້ານ້ຳງື່ມ1 ​ແລະ ​ໄຟຟ້າສາຂາແຂວງວຽງຈັນ ໃນກອງປະຊຸມໃຫຍ່ຄັ້ງທີ III ຄະນະພັກຮາກຖານ​ ​ທີ່ຈັດຂຶ້ນໃນວັນທີ 6 ກຸມພາ 2015 ນີ້ພ້ອມນີ້ ທ່ານຍັງໃຫ້ຮູ້ອີກວ່າພ້ອມກັນນີ້ ​ໄຟຟ້າ ​ສາຂາແຂວງວຽງຈັນ ກໍໄດ້ຕິດຕາມກວດກາການກໍ່ສ້າງຕາຂ່າຍ 22/0.4kv, ຕິດຕັ້ງໝໍ້ແປງພາກ​​ເງິນກູ້ຈາກ​ ສປ ຈີນ ສຳເລັດຢູ່ເມືອງຫີນເຫີບ​ ແລະ ​ກາສີຕິດຕາມກວດກາການກໍ່ສ້າງຕາຂ່າຍ 22kv ທົ່ວແຂວງວຽງຈັນ​ ເປັນທຶນຂອງໄຟຟ້າລາວລວມມີກໍ່ສ້າງຕາຂ່າຍ 22kv ຈຳນວນ 343 ກິໂລແມັດສຳເລັດກໍ່ສ້າງຕາຂ່າຍ0.4kv ຈຳນວນ124 ກິໂລແມັດ​ ສຳເລັດຕິດຕັ້ງຫມໍ້ແປງ 22/0.4kv ຈຳນວນ 158 ໜ່ວຍສຳເລັດຕິດຕາມກວດກາປ່ຽນສາຍຕາຂ່າຍນ້ອຍເປັນໃຫຍ່ພາກຕາຂ່າຍ 22kv​ ເຊິ່ງ​​ນຳໃຊ້ທຶນຂອງໄຟຟ້າລາວຈຳນວນ 104 ກິໂລແມັດສຳເລັດຕິດຕາມກວດກາການກໍ່ສ້າງຕາຂ່າຍ 22/0.4kv ​ແລະ​ ໝໍ້ແປງຕາມໂຄງການກໍ່ສ້າງເທສະບານແຂວງສຳເລັດ.​ ໃນທ້າຍປີ 2013 ທົ່ວແຂວງ ​ມີ 503 ບ້ານ,​ໄດ້ໃຊ້​​ໄຟຟ້າຖາວອນ 494 ບ້ານ,​ ເທົ່າກັບ 98,21%,​ ມີ 90.219 ຫລັງຄາເຮືອນໄດ້​​ໃຊ້ໄຟຟ້າຖາວອນ,​ເທົ່າກັບ 96%, ມີໝໍ້ນັບໄຟຈຳນວນ 95.501 ໜ່ວຍ

ລາວ-ຈີນ ເພີ່ມທະວີການຮ່ວມມື ດ້ານການທ່ອງທ່ຽວ

ຂປລ. ທ່ານ ສຈ ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ ​ກະ​ຊວງຖະ​ແຫລ​ງຂ່າວ, ວັດ ທະນະ​ທຳ ​ແລະ ທ່ອງ​ທ່ຽວ ​(ຖວທ) ໄດ້​ໃຫ້​ກຽດ​ຕ້ອນຮັບ​ ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ ວູ​ເວີຍ​ເສຍ ຮອງ​ປະທານ​ອົງການ ​ທ່ອງ​ທ່ຽວ​ແຫ່ງ​ຊາດ ສປ ຈີນ ແລະ ຄະນະ​​ໃນ​ວັນ​ທີ 9 ກຸມພາ 2015 ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ ໃນ​ໂອກາດ​ທ່ານ ພ້ອມ​ດ້ວຍ​ຄະນະ ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ແຕ່​ວັນ​ທີ 6-10 ກຸມພາ 2015 ນີ້

ໃນ​ໂອກາດ​ນີ້ ທ່ານ ລັດຖະມົນຕີວ່າການ​ກະຊວງ ຖວທ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ, ຊົມ​ເຊີຍ ​ແລະ ຂອບ​ໃຈ ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່ ທ່ານ ວູ​ເວີຍ​ເສຍ​ ແລະ ຄະນະ​ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ​ ໃນ​ຄັ້ງນີ້ ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳ​ຄັນ​ ເຂົ້າ​ໃນ​ການເພີ່ມ​ທະວີ​ການ​ພົວພັນມິດ ຕະພາບ, ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ​ ສອງປະ​ເທດ​ ລາວ-ຈີນ​ ໃຫ້​ນັບ​ມື້ນັບ​ຈະ​ເລີ​ນງອກ​ງາມ​ຂຶ້ນ​ເລື້ອຍໆ ​ໂດຍ​ສະ​ເພາະ​ ແມ່ນ​ການພົວພັນ​ຮ່ວມມື ລະຫວ່າງ ​ສອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ລາວ-ຈີນ​ ໃຫ້​ນັບ​ມື້ນັບ​ແຕກ​ດອກ​ອອກ​ຜົນຍິ່ງໆ​ຂຶ້ນ.

ໃນ​ໂອກາດ​ນີ້ ທ່ານ ວູ​ເວີນ​ເສຍ ກໍ​ໄດ້​ສະ​ແດງ​ຄວາມ​ ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ ລັດຖະມົນຕີ​ວ່າ ການ​ກະຊວງ​ ຖວທ ​ຄັ້ງນີ້ ພ້ອມ​ນີ້ ທ່ານ​ ຍັງ​ຢືນ​ຍັນ​ຈະ​ໃຫ້ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ຕໍ່​​ການ​ພັດທະນາ​ການທ່ອງທ່ຽວຂອງ ສປປ ລາວ​ ໂດຍ​ສະ​ເພາະ​ ຈະ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ເອກະສານ​ ມາດຖານ​ຈັດ​ລະດັບ ​ແລະ ການ​ປະ​ເມີນ​ຜົນ​ສະຖານ​ທີ່​ທ່ອງ​ທ່ຽວລະດັບ​ຊາດ, ​ໃຫ້ການ​ຝຶກ​ອົບຮົມ ​ແລະ ພັດທະນາ​ພະນັກງານ​ນຳ​ທ່ຽວ​ຂອງ​ລາວ​ຕື່ມ​ອີກ.

​ໃນວັນ​ດຽວ​ກັນນີ້ ທ່ານ ສຈ ດຣ. ບໍ່​ແສງ​ຄຳ ວົງ​ດາລາ ກໍ​ໄດ້​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ ລະຫວ່າງ ທ່ານ ຈະ​ເລີ​ນ ວາລີ​ນທະ​ລາ​ສັກ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ ຖວທ ​ແຫ່ງ ສປປ ລາວ​ ​ແລະ ທ່ານ ວູ​ເວີນ​ເສຍ ຮອງ​ປະທານອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ສປ ຈີນ.

​ເຊິ່ງ​ໃນ​ເນື້ອ​ບົດ​ບັນທຶກ​ດັ່ງ​ກ່າວ ຝ່າຍ​ຈີນ​ຈະສະໜອງ​ເອກະສານ​ ມາດຖານ​ການຈັດ​ລະດັບ ​ແລະ ການ​ປະ​ເມີນ​ຜົນ​ ສະຖານ​ທີ່​ທ່ອງ​ທ່ຽວ​ລະດັບ​ຊາດ ​ເປັນ​ພາສາ​ຈີນ, ທັງ​ສອງ​ຝ່າຍ​ຍີ​ນດີ​ແລກປ່ຽນ​ບົດຮຽນ​ການ​ຝຶກ​ອົບຮົມ​ພະນັກງານ​ນຳ​ທ່ຽວ ​ແລະ ການ​ຄຸ້ມ​ຄອງ​ພະນັກງານ​ນຳ​ທ່ຽວ ຂອງ​ຕົນ​ໃຫ້​ແຕ່ລະ​ຝ່າຍ ພ້ອມ​ກັນນີ້ຝ່າຍ​ຈີນ​ຍີ​ນດີ​ກຳນົດ​ເງື່ອນ​ໄຂ​ ພາຍ​​ໃຕ້ຂອບ​ຂອງ​ການ​ຝຶກ​ອົບຮົມ​ ວິຊາ​ຊີບ​ທ່ອງ​ທ່ຽວ​ອາ​ຊຽນ ທີ່​ໄດ້​ຈັດຕັ້ງປະຕິບັດ​ໃນ​ປະ​ເທດ​ຈີນ ໃຫ້​ແກ່​ພະນັກງານ​ຊ່ຽວຊານ​ ໃນ​ຂະ​ແໜງ​ການທ່ອງ ທ່ຽວ​​ແກ່​ຝ່າຍ​ລາວ ​ໂດຍ​ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ ຄັດ​ເລືອກ​ເອົາ​ນັກ​ສຳ​ມະ​ນາກ​ອນ​ ໂດຍ​ຜ່ານ​ການ​ປຶກສາ​ຫາລື​ນຳ​ກັນ

ເບິ່ງ​ເສດ­ຖະ­ກິດ​ໂລກ 2014-2015

ຈາກ​ຄວາມ​ຂັດ​ແຍ່ງ​ທີ່​ເກີດ​ຂຶ້ນ​ໃນ​ໂລກ ຈົນ​ກາຍ­ເປັນ​ສົງ­ຄາມ​ພາກ­ສ່ວນ ເຊັ່ນ: ຄວາມ​ຂັດ​ແຍ່ງ​ໃນ​ອູ​ແກຣນ ອີ​ຣັກ ຊີ​ຣີ ການ​ປາ­ກົດ​ຕົວ​ຂອງ​ລັດ IS ແລະ ບັນ­ຫາ​ອິ​ສຣາ​ແອນ ກັບ ປາ​ແລ​ັສ​ຕິນ ບວກ​ໃສ່​ພະ­ຍາດ​ລະ­ບາດ​ຮ້າຍ​ແຮງ ອີ​ໂບ​ລາ ຢູ່​ອາ​ຟຣິ​ກາ.

ເຫດ­ການ​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ໄດ້​ສ້າງ​ຜົນ​ກະ­ທົບ​ໃຫ້​ເກີດ​ການ­ເຄື່ອນ­ໄຫວ​ຂອງ​ຕະ­ຫຼາດ​ການ​ລົງ­ທຶນ ແລະ ອັດ­ຕາ​ການ​ແລກ­ປ່ຽນ​ຢ່າງ​ຮ້າຍ​ແຮງ... ເຮັດ​ໃຫ້​ຫຼາຍ​ປະ­ເທດ​ຕ້ອງ​ຕິດ­ຕາມ​ຢ່າງ​ໃກ້­ຊິດ​ການ​ປັບ​ນະ­ໂຍ­ບາຍ​ການ​ເງິນ​ຂອງ​ທະ­ນາ­ຄານ​ກາງ​ສະ­ຫະ­ລັດ (Federal Reserve=Fed).

ອົງ­ການ​ຮ່ວມ​ມື​ທາງ​ເສດ­ຖະ­ກິດ ແລະ ການ​ພັດ­ທະ­ນາ (Organization for Economic Co-operation and Development=OECD) ກ່າວ​ເຕືອນ​ໃນ​ກາງ​ເດືອນ​ກັນ­ຍາ 2014 ຜ່ານ​ຄໍ​ລຳ “ເສດ­ຖະ­ກິດ​ໂລກ” ຂອງ​ໜັງ­ສື­ພິມ​ຖານ​ເສດ­ຖະ­ກິດ​ຂອງ​ໄທ ໃນ​ວັນ​ທີ 17/9/2014 ວ່າ: “ເສດ­ຖະ­ກິດ​ໂລກ​ຍັງ​ຟື້ນ​ຕົວ​ບໍ່​ເຂັ້ມ­ແຂງ ສະ­ນັ້ນ ຈິ່ງ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ປັບ​ນະ­ໂຍ­ບາຍ​ຄັ້ງ​ໃຫຍ່” The Wall Street Journal ເຊິ່ງ​ເປັນ​ໜັງ­ສື­ພິມ​ທີ່​ມີ​ຊື່​ສຽງ​ຂອງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ລາຍ​ງານ​ວ່າ: OECD ກ່າວ​ເຕືອນ​ວ່າ ເສດ­ຖະ­ກິດ​ໂລກ​ໃນ​ປີ 2014-2015 ຈະ​ບໍ່​ເຕີບ​ໂຕ​ໄດ້​ຕາມ​ແຜນ ເນື່ອງ​ມາ​ຈາກ​ຫຼາຍ​ສາ­ເຫດ ໃນ​ນັ້ນ ກຸ່ມ​ຕະ­ຫຼາດ​ຮ່ວມ​ອີ​ຢູ ເປັນ​ຂົງ­ເຂດ​ທີ່​ໜ້າ​ເປັນ​ຫ່ວງ ເພາະ​ທ່າ​ອຽງ​ການ​ຂະ­ຫຍາຍ­ຕົວ​ທາງ​ເສດ­ຖະ­ກິດ​ຖືກ​ກະ­ທົບ​ຈາກ​ເງິນ​ທີ່​ແຂງ​ຕົວ​ເກີນ​ໄປ ເຮັດ​ໃຫ້​ກະ­ທົບ​ພາກ​ລາຍ​ຈ່າຍ​ພາຍ​ໃນ ແລະ ການ​ຈ້າງ​ງານ ອາດ​ສ່ຽງ​ຕໍ່​ສະ­ພາ­ວະ​ເງິນ​ຟືດ ສ່ວນ​ກຸ່ມ​ມະ­ຫາ​ອຳ­ນາດ​ທາງ​ເສດ­ຖະ­ກິດ G20 G7 ນັ້ນ GDP 6 ເດືອນ​ຕົ້ນ​ປີ 2014-2015 OECD ຄາດ​ວ່າ​ຈະ​ບໍ່​ໄດ້​ຕາມ​ແຜນ ເຊັ່ນ: ອາ​ເມ​ຣິ​ກາ ຈະ​ບັນ­ລຸ​ພຽງ​ແຕ່ 2,1% ເຊິ່ງ​ແຜນ​ແມ່ນ 2,6% EU 0,8% ຕາມ​ແຜນ​ແມ່ນ 1,2%.

ສ່ວນ​ກຸ່ມ​ປະ­ເທດ​ເສດ­ຖະ­ກິດ​ໃໝ່ ເຊັ່ນ: ສປ ຈີນ ຄາດ­ໝາຍ 7,4% ອິນ​ເດຍ 5,7% ບຣາ​ຊິນ 0,3% ກໍ່​ຈະ​ບໍ່​ໄດ້​ຕາມ​ແຜນ ບັນ­ດາ​ທະ­ນາ­ຄານ​ກາງ­ຂອງ​ອາ​ເມ​ຣິ​ກາ (FED) ອັງ­ກິດ B.O.E ທະ­ນາ­ຄານ​ເອີ​ຣົບ E.C.B ກໍ່​ລ້ວນ​ແຕ່​ປັບ​ນະ­ໂຍ­ບາຍ​ໃໝ່ ໂດຍ​ຢຸດ­ຕິ​ນະ­ໂຍ­ບາຍ​ການ​ເງິນ​ແບບ​ຜ່ອນ­ຜັນ... ມີ​ແຕ່​ທະ­ນາ­ຄານ​ກາງ­ຂອງ​ຍີ່­ປຸ່ນ​ທໍ່​ນັ້ນ (B.O.J) ທີ່​ອອກ​ມາ​ກະ​ຕຸ້ນ​ເສດ­ຖະ­ກິດ.

OECD ໄດ້​ແນະ­ນຳ​ໃຫ້​ລັດ­ຖະ­ບານ ບັນ­ດາ​ປະ­ເທດ​ມະ­ຫາ​ອຳ­ນາດ​ເສດ­ຖະ­ກິດ ດຳ­ເນີນ​ການ​ປະ­ຕິ​ຮູບ​ໂຄງ​ສ້າງ​ທີ່​ຈຳ­ເປັນ​ເພື່ອ​ກະ​ຕຸ້ນ​ການ​ເຕີບ​ໂຕ​ທາງ​ເສດ­ຖະ­ກິດ (GDP) ໃຫ້​ວ່ອງ­ໄວ​ຂຶ້ນ ຫຼື​ວ່າ​ໃຫ້​ສູງ​ຂຶ້ນ ເຊັ່ນ​ວ່າ: ເພີ່ມ​ການ​ລົງ­ທຶນ​ໃນ​ໂຄງ​ສ້າງ​ພື້ນ­ຖານ​ໃນ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ການ­ຈັດ­ຕັ້ງ​ສະ­ຫະ­ພາບ​ທະ­ນາ­ຄານ​ໃນ​ເອີ​ຣົບ ຫຼຸດ­ຜ່ອນ​ໂຄງ​ສ້າງ​ພາ­ສີ​ສັບ​ຊ້ອນ​ໃນ​ອິນ​ເດຍ ບຣາ​ຊິນ ແລະ ພາ­ສີ​ການ​ຈ້າງ​ງານ​ຂອງ​ປະ­ເທດ​ຝຣັ່ງ.

ທັງ​ໝົດ​ນັ້ນ​ແມ່ນ​ການ​ເບິ່ງ​ເສດ­ຖະ­ກິດ​ຂອງ​ໂລກ​ໃນ​ສາຍ­ຕາ​ຂອງ​ນັກ​ເສດ­ຖະ­ສາດ​ທຶນ​ນິ­ຍົມ... ສ່ວນ​ເສດ­ຖະ­ກິດ​ເບື້ອງ​ປະ­ເທດ​ພວມ​ພັດ­ທະ­ນາ ລວມ​ເຖິງ​ບັນ­ດາ​ປະ­ເທດ​ສັງ­ຄົມ​ນິ­ຍົມ ກໍ່​ເຫັນ​ວ່າ​ຂະ­ຫຍາຍ­ຕົວ​ດີ ເພາະ​ບໍ່​ຄ່ອຍ​ມີ​ຜົນ​ກະ­ທົບ​ຈາກ​ບັນ­ຫາ​ສົງ­ຄາມ​ພາກ­ສ່ວນ ແລະ ພະ­ຍາດ​ລະ­ບາດ​ແຕ່​ຢ່າງ­ໃດ? ກໍ່​ຄົງ​ໄດ້​ຕິດ­ຕາມ​ເບິ່ງ​ນຳ​ກັນ​ອີກ​ຕໍ່​ໄປ.

ຂ່າວຈາກ: http://www.neri.gov.la/news.php?category=lao-business-news

ແຫຼ່ງຂໍ້ມູນ: http://www.vientianemai.net/

ຍອດອູແດນງານ

Email: ounchang8884@gmail.com

Facebook: www.facebook.com/ounchang.navone

 

 

 

 

 

 

 

Free Web Hosting